ການສຶກສາຫຼັງປະລິນຍາຕີ

ທີ່ຕັ້ງ ຫ້ອງ 318
ຫົວໜ້າພະ​ແນກ ທ່ານ ອ​ຈ. ປອ. ມາ​ລາ​ວັນ ຈິດ​ຕະ​ວົງ  

ຕິດຕໍ່ຫ້ອງການ

Email

+856 21 ​870048. 020 22 070 940. 020 55 655 299

This email address is being protected from spambots. You need JavaScript enabled to view it.

 

 

 

 

 

ຈຳ​ນວນ​ພະ​ນັກ​ງານ ມີ 2 ທ່ານ​ຄື:

ອ​ຈ. ປອ. ມາ​ລາ​ວັນ ຈິດ​ຕະ​ວົງ 

ຊ​ອ. ປ​ທ. ຈາ​ລ​ຸວັນ ບົວ​ທອງ    

ພະ​ແນກ​ການ​ສຶກ​ສາ​ຫຼັງ​ປະ​ລິນ​ຍາ​ຕີເປັນໜຶ່ງໃນຈຳນວນ 6 ພະ​ແນກ​ທີ່​ຂື້ນ​ກັບ ຄະ​ນະ​ກະ​ເສດ​ສາດ ພາຍໃຕ້ການຊີ້ນຳໂດຍກົງຂອງ ທ່ານ ຄະ​ນະ​ບໍ​ດີ​ຄະ​ນະ​ກະ​ເສດ​ສາດ ແລະ ຮອງ​ຄະ​ນະ​ບໍ​ດີ ຝ່າຍ​ວິ​ຊາ​ການ, ປະກອບດ້ວຍ ​3 ໜ່ວຍ​ງານ​ຄື:

1. ໜ່ວຍ​ງານທະບຽນ ແລະ ວຸດທິບັດ.

2. ​ໜ່ວຍ​ງານຫຼັກສູດ ແລະ ບໍລິການວິຊາການ.

3. ​ໜ່ວຍ​ງານປະກັນຄຸນະພາບການສຶກສາ ແລະ ປະເມີນຜົນ.

ພາລະບົດບາດ

ພະ​ແນກ​ການ​ສຶກ​ສາ​ຫຼັງ​ປະ​ລິນ​ຍາ​ຕີ ມີພາລະບົດບາດເປັນເສນາທິການ ໃຫ້​ແກ່ ຫ້ອງ​ການ ການ​ສຶກ​ສາ​ຫຼັງ​ປະ​ລິນ​ຍາ​ຕີ ມະຫາວິທະຍາໄລແຫ່ງຊາດ ກ່ຽວກັບວຽກງານຄົ້ນຄ້ວາ, ສ້າງນັກວິຊາການສາ​ຂາ​ຕ່າງໆ, ການຮຽນ-ການສອນ, ກວດກາປະເມີນຜົນການຮຽນ-ການສອນ, ການພັດທະນາຫລັກສູດລະດັບຫຼັງ​ປະ​ລິນ​ຍາ​ຕີ.

 

0
0
0
s2sdefault

ພະແນກການສືກສາຫລັງປະລິນຍາຕີ ຂໍແຈ້ງມາຍັງພະນັກງານ ແລະ ນັກສຶກສາ ຮັບຊາບວ່າ ປັດຈຸບັນ ຄະນະກະເສດສາດ ໄດ້ເປີດຮັບນັກສຶກສາປະລິນຍາໂທຊຸດໃຫມ່ ປະຈຳສົກຮຽນ 2018-2019 ລາຍລະອຽດແມ່ນສາມາດພົວພັນໄດ້ທີ່ ພະແນກການສຶກສາຫລັງປະລິນຍາຕີ ທີ່ເບີ 020 22070940 ແລະ 020 55655299

ອ່ານເພີ່ມເຕີມ: ປະກາດຮັບນັກສຶກສາປະລິນຍາໂທຊຸດໃຫມ່ ສົກຮຽນ 2018-2019

0
0
0
s2sdefault

ການ​ຜ່າ​ຊາກ​ສັດ​ຂອງ​ນັກ​ສຶກ​ສາ​ປະ​ລິນ​ຍາ​ໂທ ສາ​ຂາ ວິ​ທະ​ຍາ​ສາດ​ສັດ ແມ່ນ​ໄດ້​ຈັດ​ຕັ້ງ​ປະ​ຕິ​ບັດ​ຢູ່​ທີ່ ຫ້ອງ​ຜ່າ​ຊາກ​ສັດ​ຂອງພາກວິ​ຊາ​ສັດ​ຕະ​ວະ​ແພດ. ຈຳ​ນວນ​ນັກ​ສຶກ​ສາ​ທີ່​ເຂົ້າ​ຮ່ວມ​ມີ​ທັງ​ໝົດ 9 ຄົນ. ສັດ​ທີ່​ນຳ​ມາ​ຜ່າ​ຊາກ​ມີ ໝູ 1 ໂຕ, ແບ້ 1 ໂຕ, ເປັດ 1 ໂຕ ແລະ ໄກ່ 1 ໂຕ. ຈຸດ​ປະ​ສົງ​ຂອງ​ການ​ຜ່າ​ຊາກ​ສັດ​ແມ່ນ​ເພື່ອ ເບິ່ງ​ຄວາມ​ແຕກ​ຕ່າງ​ຂອງ​ອະ​ໄວ​ຍະ​ວະ​ທາງ​ໃນ​ຂອງ​ສັດ​ແຕ່​ລະ​ຊະ​ນິດ ການ​ຜ່າ​ຊາກ​ສັດ​ເປັນ​ພາກ​ປະ​ຕິ​ບັດ​ຂອງ​ລາຍ​ວິ​ຊາ Domestic animal physiology.​