| ທີ່ຕັ້ງ |
ຫ້ອງການ ພະແນກຄົ້ນຄວ້າວິທະຍາສາດ ແລະ ບໍລິການວິຊາການ ຕຶກອາຄານ ສະໂມສອນ
|
| ຫົວໜ້າພະແນກ |
|
| ຮອງຫົວໜ້າພະແນກ |
ທ່ານ ປອ. ດາວວີ ກອງມະນີລາ |
| ຕິດຕໍ່ຫ້ອງການ |
+856 30 5371529 |
,u
ພະແນກຄົ້ນຄວ້າວິທະຍາສາດ ແລະ ບໍລິການວິຊາການ ເປັນໜຶ່ງໃນຈຳນວນ 6 ພະແນກ ທີ່ຂຶ້ນກັບຄະນະກະເສດສາດ, ມະຫາວິທະຍາໄລແຫ່ງຊາດ, ພາຍໃຕ້ການຊີ້ນຳໂດຍກົງຂອງທ່ານຮອງຄະນະບໍດີ (ທ່ານ ຮສ. ສົມພັນ ປາຊູວາງ) ຕາມການມອບ ໝາຍຂອງຄະນະບໍດີ, ປະກອບດ້ວຍ 3 ໜ່ວຍງານຄື:
1. ໜ່ວຍງານ ສົ່ງເສີມ, ຄຸ້ມຄອງການຄົ້ນຄວ້າວິທະຍາສາດ
2. ໜ່ວຍງານ ສົ່ງເສີມ ແລະ ບໍລິການວິຊາການ
3. ໜ່ວຍງານຄົ້ນຄວ້າກະສິກຳ ແລະ ພັດທະນາຊົນນະບົດ
ພາລະບົດບາດ
ພະແນກຄົ້ນຄວ້າວິທະຍາສາດ ແລະ ບໍລິການວິຊາການ ມີພາລະບົດບາດເປັນເສນາທິການໃຫ້ແກ່ຄະນະກະເສດສາດ, ມະຫາວິທະຍາໄລແຫ່ງຊາດ ກ່ຽວກັບ ການຈັດຕັ້ງການຄົ້ນຄວ້າ ແລະ ພັດທະນາເຕັກໂນໂລຊີໃນຂະແໜ່ງການວິຊາການທີ່ກ່ຽວຂ້ອງ, ເຜີຍແຜ່ ແລະ ນຳໃຊ້ຜົນສຳເລັດຂອງການຄົ້ນຄວ້າ ແລະ ການພັດທະນາເຕັກໂນໂລຊີທີ່ເປັນປະໂຫຍດເຂົ້າໃນການປັບປຸງຄຸນນະພາບການຮຽນ-ການສອນ ແລະ ການພັດທະນາເສດຖະກິດ-ສັງຄົມ. ນອກຈາກນັ້ນ ພະແນກຍັງມີໜ້າທີ່ໃນການໃຫ້ບໍລິການຊ່ຽວຊານ, ອາສາສະໝັກ, ເປັນທີ່ປຶກສາວິຊາການໃຫ້ແກ່ສັງຄົມ ໃນສາຂາກະສິກຳ ແລະ ບໍລິການວິຊາການອື່ນໆທີ່ກ່ຽວຂ້ອງ.
ບຸກຄະລາກອນ
1. ອຈ. ປອ. ນາງ ດາວວີ ກອງມະນີລາ
2. ອາຈານ ອາວະກາດ ຜາສຸ້ຍໄຊງາມ (ກຳລັງຮຽນຕໍ່ປະລິນຍາເອກ)
3. ອາຈານ ຄຳຈັນ ສິງມີໄຊ (ກຳລັງຮຽນຕໍ່ປະລິນຍາເອກ)
4. ປທ. ພົມມາ ທຳມະວົງ
5. ປຕ. ສີສະໄໝ ອິນທະພອນ