0
0
0
s2sdefault

ຄະນະ ກະເສດສາດ
ມະຫາວິທະຍາໄລແຫ່ງຊາດ
| ທີ່ຕັ້ງ | ຫ້ອງ 304 |
| ຫົວໜ້າພາກວິຊາລ້ຽງສັດ-ປະມົງ | - |
| ຕິດຕໍ່ຫ້ອງການ | +856 21870052 |
ໂຄງຮ່າງການຈັດຕັ້ງພາກວິຊາ ລ້ຽງສັດ ແລະ ການປະມົງ

ພາກວິຊາລ້ຽງສັດ ແລະ ການປະມົງ ເປັນພາກໜຶ່ງທີ່ຂຶ້ນກັບຄະນະກະເສດສາດ, ມຊ, ພາຍໃຕ້ການຊີ່ນຳໂດຍກົງຂອງ ທ່ານ ຮສ. ທອງຫຼອມ ພົມມະວົງ (ຮອງຄະນະບໍດີ ຄະນະກະເສດສາດ), ນຳພາໂດຍ ທ່ານ ປອ. ວຽງສະກຸນ ນາປະເສີດ (ຮອງຫົວໜ້າພາກວິຊາລ້ຽງສັດ - ການປະມົງ) ແລະ ທ່ານ ປອ. ພູວິນ ພູສະຫັວນ (ຮອງຫົວໜ້າພາກວິຊາລ້ຽງສັດ-ການປະມົງ) ພາກວິຊາລ້ຽງສັດ-ປະມົງປະກອບດ້ວຍ 4 ໜ່ວຍວິຊາຄື:
1. ໜ່ວຍວິຊາກະເພາະດ່ຽວ
2. ໜ່ວຍວິຊາລ້ຽງສັດນໍ້າ
3. ໜ່ວຍວິຊາການປະມົງໃນແຫຼ່ງນໍ້າ
4. ໜ່ວຍວິຊາຄົ້ນຄວ້າວິໄຈ
ພາລະບົດບາດ
ໜ້າທີ່ ແລະ ຂອບເຂດສິດຂອງຫົວໜ້າ ແລະ ຮອງຫົວໜ້າພາກວິຊາ, ຫົວໜ້າໜ່ວຍວິຊາ
1. ໜ້າທີ່ ແລະ ຂອບເຂດສິດຂອງຫົວໜ້າພາກວິຊາ:
2. ໜ້າທີ່ ແລະ ຂອບເຂດສິດຂອງຮອງຫົວໜ້າພາກວິຊາ
ຊ່ວຍຫົວໜ້າພາກວິຊາຮັບພິດຊອບວຽກງານຝ່າຍຕ່າງໆຕາມການມອບໝາຍ, ກໍລະນີຫົວໜ້າພາກວິຊາບໍ່ຢູ່ ຮອງຫົວໜ້າພາກວິຊາຜູ້ທີ່ຖືກມອບໝາຍຢ່າງເປັນລາຍລັກອັກສອນມີສິດບໍລິຫານວຽກຂອງພາກວິຊາ
3. ໜ້າທີ່ ແລະ ຂອບເຂດສິດຂອງຫົວໜ້າໜ່ວຍວິຊາ
ຄກສ.ຕ້ອນຮັບການມາທັດສະນະສຶກສາ ຂອງ ຄະນະກະເສດສາດແລະຊັບພະຍາກອນປ່າໄມ້, ມະຫາວິທະຍາໄລສຸພານຸວົງ
ໃນຕອນເຊົ້າຂອງວັນທີ 12/2/2018 ຄະນະກະເສດສາດ (ກະເສດນາບົງ), ພາກວິຊາລ້ຽງສັດ-ການປະມົງ ໄດ້ຕ້ອນຮັບການມາທັດສະນະສຶກສາ ຂອງຄະນະອາຈານແລະນັກສຶກສາ ຈຳນວນ 37 ທ່ານ ຈາກຄະນະກະເສດສາດ ແລະ ຊັບພະຍາກອນປ່າໄມ້, ພາກວິຊາວິທະຍາສາດສັດ, ມະຫາວິທະຍາໄລສຸພານຸວົງ. ເປັນກຽດກ່າວຕ້ອນຮັບໂດຍທ່ານ ຮສ ສົມພັນ ປາຊູວ່າງ ຮອງຄະນະບໍດີ, ຄະນະກະເສດສາດ; ທ່ານ ຮສ. ທອງຫຼອມ ພົມມະວົງ, ຫົວໜ້າພາກວິຊາລ້ຽງສັດ-ການປະມົງ ການມາຢ້ຽມຢາມຄັ້ງນີ້ອາຈານແລະນັກສຶກສາທັງສອງ ສະຖາບັນໄດ້ມີການແລກປ່ຽນບົດຮຽນທາງດ້ານວິຊາການລ້ຽງສັດ ແລະ ໄດ້ເຂົ້າຢ້ຽມຊົມສະຖານທີ່ຄົ້ນຄວ້າທົດລອງ ເຊັ່ນ: ຟາມວິໄຈແລະພັດທະນາການລ້ຽງງົວ, ຟາມທົດລອງການລ້ຽງໝູພື້ນເມືອງລາວ ແລະ ສວນພືດອາຫານສັດ ເພື່ອນຳບົດ ຮຽນດັ່ງກ່າວໄປນຳໃຊ້ ແລະ ຮ່ວມມືກັນທາງດ້ານການຄົ້ນຄວ້າທົດລອງທາງດ້ານວິທະຍາສາດສັດໃນຕໍ່ໜ້າ.
ລາຍງານໂດຍ: ວ.ນະວັດຕະກຳ