ອີງໃສ່ການແຈ້ງການຂອງພະແນກບໍລິຫານ ຊຶ່ງໄດ້ມີການເຊັນສັນຍາຮ່ວມມືລະຫວ່າງ ຄກສ ກັບ ບໍລິສັດເກັບຂີ້ເຍື່ອນະຄອນຫລວງວຽງຈັນ ແຈ້ງການເຖິງພະນັກງານທຸກຫ້ອງການ ແລະ ນັກສຶກສາທຸກໆທ່ານຮັບຮູ້ ແລະ ປະຕິບັດດັ່ງນີ້
ລົດຂີ້ເຍື່ອທີ່ຈະມາຮັບເອົາຂີ້ເຍື່ອໃນຄະນະກະເສດ ສາດເຮົາ ຈະໄດ້ຮັບເອົາທຸກໆ ວັນທີ 8 ; 16 ແລະ 24 ຂອງທຸກໆເດືອນ ສະນັ້ນຈິ່ງໄດ້ແຈ້ງການໃຫ້ຫ້ອງການ ຫ້ອງຮຽນ ແລະ ຫໍພັກນັກສຶກສາ ຈົ່ງໄດ້ອຳນວຍຄວາມສະດວກເຊັ່ນ: ກະກຽມຂີ້ເຍື່ອໃສ່ຖົງດໍາພ້ອມການມັດປາກຖົງ ແລ້ວເກັບມາກອງມ້ຽນບໍລິເວນແຄມທາງຂອງຕອນເຊົ້າ (ຖ້າຂີ້ເຍື່ອບໍ່ຢູ່ໃນຖົງ ທາງລົດຈະບໍ່ໄດ້ເກັບໄປ) ຂອງມື້ທີ່ລົດມາຮັບເອົາຂີ້ເຍື່ອ