ຄະນະກະເສດສາດ ວິທະຍາເຂດນາບົງ ຕັ້ງຢູ່ຫ່າງຈາກໃຈກາງນະຄອນຫລວງວຽງຈັນ 35 ກມ, ໃກ້ກັບບ້ານປາກຊາບໃຫມ່, ເມືອງໄຊທານີ, ມີເນື້ອທີ່ທັງຫມົດ 114 ຣຕ, ໃນນັ້ນ 17 ຣຕ ເປັນພື້ນທີ່ປຸກສ້າງ ແລະ 97 ຣຕ ເປັນພື້ນທີ່ຟາມສາທິດ
ຄະນະກະເສດສາດເປັນສະຖາບັນການສຶກສາຊັ້ນສູງ ທາງດ້ານກະສິກຳທີ່ນຳໜ້າຢູ້ ສປປ ລາວ ໃກ້ຄຽງກັບລະດັບພາກພື້ນ ແລະ ສາກົນ
ສ້າງນັກວິຊາການທີ່ມີຄວາມຮູ້, ຄວາມສາມາດ, ຄຸນສົມບັດ, ຈັນຍາບັນ, ແລະ ມີຄວາມສິວິໄລທາງດ້ານແນວຄິດ ແລະ ພຶດຕິກຳ
ສົ່ງເສີມ ແລະ ພັດທະນາການຄົ້ນຄ້ວາວິທະຍາສາດສາຂາກະສິກຳໃຫ້ມີຄຸນນະພາບໃກ້ຄຽງລະດັບພາກພື້ນ
ພັດທະນາຄະນະວິຊາ ໃຫ້ກາຍເປັນສະຖານທີ່ສະຫງົບ, ສະອາດ, ສີຂຽວ, ແລະ ມີສິ່ງອຳນວຍຄວາມສະດວກໃນການສິດສອນທັນສະໄໝ
ໂຮງຮຽນກະເສດນາບົງໄດ້ສ້າງຕັ້ງຂຶ້ນ ວັນທີ 9 ທັນວາ 1975 ໂດຍປ່ຽນມາຈາກໂຮງຮຽນກະສິກຳ ແລະ ປ່າໄມ້ຊັ້ນກາງ. ສະໝອງນັກວິຊາການໃນ 5 ສາຂາວິຊາ (ປູກຝັງ, ລ້ຽງສັດ, ປ່າໄມ້, ກົນຈັກ ແລະ ຊົນລະປະທານ)
ສາຂາຊົນລະປະທານໄດ້ຍ້າຍອອກໄປວິທະຍາເຂດຕາດທອງ ແລະ ຕັ້ງເປັນວິທະຍາໄລ ຊົນລະປະທານ
ສາຂາວິຊາປ່າໄມ້ໄດ້ຍ້າຍໄປວິທະຍາເຂດດົງໂດກ ແລະ ສ້າງເປັນວິທະຍາໄລປ່າໄມ້ວຽງຈັນ
ສາຂາວິຊາກົນຈັກກະເສດໄດ້ສ້າງຂຶ້ນ ແລະ ຢຸດຕິລົງໃນປີ 1993
ປ່ຽນຊື່ຈາກວິທະຍາໄລກະສິກຳນາບົງເປັນ ໂຮງຮຽນກະສິກຳຊັ້ນສູງນາບົງ. ຢຸດການສອນຊັ້ນກາງໃນປີ 1994
ເຂົ້າເປັນຄະນະວິຊາໜຶ່ງ ຂອງມະຫາວິທະຍາໄລແຫ່ງຊາດ ເອີ້ນວ່າ ຄະນະກະເສດສາດ ແລະ ປ່າໄມ້ ຂຶ້ນກັບກະຊວງສຶກສາທິການໃນປີ 2000, ຂະແໜງປ່າໄມ້ ໄດ້ແຍກອອກເປັນຄະນະປ່າໄມ້ວິທະຍາເຂດດົງໂດກ
“ຊີ້ນຳລວມ, ພາກວິຊາລ້ຽງສັດ ແລະ ການປະມົງ, ການເງິນ-ສັບສິນ ແລະ ພະແນກຈັດຕັ້ງ-ສັງລວມ ແລະ ວຽກງານປ້ອງກັນ”
ຮສ.ປອ. ວັນນະພອນ ພຸດທະນາ
“ຊີ້ນຳ ພາກວິຊາ ປູກຝັງ, ພະແນກວິຊາການ, ແລະ ພະແນກສຶກສາຫຼັງປະລິນຍາຕີ”
ອຈ. ປອ. ພູວິນ ພູສະຫວັນ
“ຊີ້ນຳ ພາກວິຊາສັດຕະວະແພດ, ພະແນກຄົ້ນຄວ້າວິທະຍາສາດ ແລະ ບໍລິການວິຊາການ ແລະ ພະແນກຫໍສະໝຸດ”
ຮສ. ປອ. ນ. ດາວວີ ກອງມະນີລາ
“ຊີ້ນຳ ພາກວິຊາເສດຖະກິດກະສິກຳ ແລະເຕັກໂນໂລຊີອາຫານ, ແລະ ພະແນກຄຸ້ມຄອງນັກສຶກສາ”
ຊອ. ວຽງຄອນ ທຳມະວົງ