ພາກວິຊາເສດຖະກິດຊົນນະບົດ ແລະ ເຕັກໂນໂລຊີອາຫານ

ຫຼັກສູດ ປະລີນຍາຕີວິທະຍາສາດ ສາຂາເສດຖະກິດກະສິກຳ ແລະ ເຕັກໂນໂລຊີອາຫານ

ທີ່ຕັ້ງ ຄກສ, ມຊ
ວ່າການຫົວໜ້າພາກວິຊາ ທ່ານ ອຈ ໄສວິເສນ ບູລົມ
ຮອງຫົວໜ້າພາກ 1 ທ່ານ ອຈ ລີຕົວ ເຈ່ຍຫລື
ຮອງຫົວໜ້າພາກ 2 ທ່ານ ຊອ ສ່ຽນ ພົມມະລືຊາ
ຕິດຕໍ່ຫ້ອງການ +856 21 870 204

 

 

 

 

 

 

 

ປະຫວັດຄວາມເປັນມາ

 

ພາກວິຊາເສດຖະກິດກະສິກຳ ແລະ ເຕັກໂນໂລຊີອາຫານ ເປັນໜຶ່ງໃນຈຳນວນ 4 ພາກວິຊາ ທີ່ຂຶ້ນກັບຄະນະກະເສດສາດ, ພາຍໃຕ້ການຊີ້ນຳໂດຍກົງຂອງທ່ານຮອງຄະນະບໍດີຕາມການມອບ ໝາຍຂອງຄະນະບໍດີ, ປະກອບດ້ວຍ 5 ໜ່ວຍວິຊາຄື:

1. ໜ່ວຍງານເສດຖະກິດກະສິກຳ.

2. ໜ່ວຍວິຊາສົ່ງເສີມ ແລະ ພັດທະນາກະສິກຳ

3. ໜ່ວຍວິຊາການຕະຫຼາດກະສິກຳ

4. ໜ່ວຍງານເຕັກໂນໂລຊີອາຫານ.

5. ໜ່ວຍວິຊາຄົ້ນຄວ້າທົດລອງ ແລະ ວິໄຈຄວາມປອດໄພອາຫານ

ພາລະບົດບາດ

ພາກວິຊາເສດຖະກິດຊົນນະບົດ ແລະ ເຕັກໂນໂລຊີອາຫານ ມີພາລະບົດບາດເປັນເສນາທິການໃຫ້ແກ່ທ່ານຄະນະບໍດີ ຄະນະກະເສດສາດ, ມຊ ກ່ຽວກັບວຽກງານຄົ້ນຄ້ວາ ແລະ ກຳນົດທິດທາງການ ສ້າງນັກວິຊາການໃນຂະແໜງເສດຖະກິດກະສິກຳ ແລະ ເຕັກໂນໂລຊືອາຫານລະດັບ ຊັ້ນສູງ, ປະລິນຍາຕີ ແລະ ປະລິນຍາໂທ ເພື່ອສະໜອງນັກວິຊາການໃນດ້ານເສດຖະກິດກະສິກຳ ແລະ ວິທະຍາສາດອາຫານ ເພື່ອບໍລິການສັງຄົມ.

 71566220 2527582783971530 4110316807879917568 n

 ຮູບດ້ານຂ້າງຂອງຫ້ອງການ

 ຈຳນວນພະນັກງານ ແລະ ວິຊາສະເພາະ

 

 

ຫຼັກສູດການຮຽນການສອນ

1. ຫຼັກສູດປະລິນຍາໂທ (ສາຂາ ແລະ ອະທິບາຍຫຍໍ້)

2. ຫຼັກສູດ ປະລິນຍາຕີ (ສາຂາ ແລະ ອະທິບາຍຫຍໍ້)

 

ພວກເຮົາເຮັດຫຍັງແດ່?

1. ວຽກງານການສອນ, ນຳພານັກສຶກສາເຮັດຄົ້ນຄ້ວາ ແລະ ເຮັດພາກປະຕິບັດ ເປັນວຽກບຸລິມະສິດອັນດັບໜື່ງຂອງພາກວິຊາ ໂດຍການປະຕິບັດໜ້າທີ່ ທີ່ໄດ້ຮັບມອບໝາຍຈາກຂັ້ນເທິງ

2. ວຽກງານການຄົ້ນຄ້ວາວິທະຍາສາດ ກໍ່ເປັນວຽກທີ່ສຳຄັນ ຊຶ່ງໃນໄລຍະຜ່ານມາ ພາກວິຊາ ໄດ້ເຮັດຄົ້ນຄ້ວາຫຼາຍຫົວຂໍ້ກ່ຽວກັບການຮັບປະກັນສະບຽງອາຫານ, ລະບົບການຜະລິດກະສິກຳ, ການຕະຫຼາດສຳລັບຜະລິດຕະພັນກະສິກຳ, ຄວາມປອດໄພອາຫານ ແລະ ໂພຊະນາການ, ການປັບຕົວຕໍ່ການປ່ຽນແປງພູມອາກາດ ແລະ ຫົວຂໍ້ອື່ນໆ

3. ການບໍລິການວິຊາການ ໂດຍສະເພາະວຽກງານການສ້າງຄວາມເຂັ້ມແຂງໃຫ້ແກ່ພາກສັງຄົມ ແລະ ອົງການຕ່າງໆ

 

 

 

0
0
0
s2sdefault

ກອງປະຊຸມ ຄະນະຊີ້ນຳການຈັດຕັ້ງປະຕິບັດໂຄງການປະຈຳປີ 2025 ຂອງໂຄງການ ອາແຊັດ ໄດ້ຈັດຂຶ້ນທີ່ ໂຮງແຮມທະວີສຸກ ເມືອງວັງວຽງ ແຂວງວຽງຈັນ ໂດຍການອົງການ ເກຼດ (GRET) ປະຈຳລາວ  ໂດຍການເຂົ້າຮ່ວມຂອງກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ, ກົມແຜນການ ແລະ ການຮ່ວມມື ກະຊວງກະສິກຳ-ປ່າໄມ້, ສະຖາບັນຄົ້ນຄ້ວາກະສິກຳ-ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ຄະນະກະເສດສາດ ມະຫາວິທະຍາໄລແຫ່ງຊາດ. ນອກຈາກນັ້ນ, ຍັງມີຜູ້ຕາງໜ້າຈາກສະຫະພາບເອີລົບປະຈຳລາວ, ຜູ້ຕາງໜ້າຈາກອົງການປະເທດຝຣັ່ງເພື່ອການພັດທະນາ (AFD) ແລະ ອົງການປົກຄອງທ້ອງຖີ່ນ ໂດຍສະເພາະພະແນກກະສິກຳ-ປ່າໄມ້ແຂວງຊຽງຂວາງ ແລະ ຈາກຫ້ອງການກະສິກຳ-ປ່າໄມ້ຂອງເມືອງເປົ້າໝາຍ ຂອງແຂວງຊຽງຂວາງເຂົ້າຮ່ວມ.

ໃນກອງປະຊຸມດັ່ງກ່າວນີ້ ໄດ້ມີການນຳສະເໜີຜົນໄດ້ຮັບການຈັດຕັ້ງປະຕິບັດຂອງໂຄງການໃນໄລຍະຜ່ານມາ ໂດຍຜູ້ຕາງໜ້າຈາກແຕ່ລະຄູ່ຮ່ວມງານ. ໂຄງການດັ່ງກ່າວ ໄດ້ຮັບການສະໜັບສະໜູນໂດຍ ອົງການປະເທດຝຣັ່ງເພື່ອການພັດທະນາ ແລະ ສະຫະພາບເອີລົບ ໂດຍຈຸດປະສົງ ແມ່ນສຸມໃສ່ກິດຈະກຳເຊີງນິເວດ ໂດຍສະເພາະແມ່ນການສ້າງອົງຄວາມຮູ້ໂດຍຜ່ານການເຮັດການສຶກສາ-ທົດລອງ ທັງໃນລະດັບພື້ນທີ່ ໂດຍສະເພາະສຸມໃສ່ເຕັກນິກການກະລິກຳ ທີ່ເປັນມິດຕໍ່ສີ່ງແວດລ້ອມ ແລະ ສຸຂະພາບ ແລະ ການສຳຫລວດຜູ້ມີສ່ວນກ່ຽວພັນກັບການກະສິກຳເຊີງນິເວດເຊັ່ນ: ຜູ້ຜະລິດ, ຜູ້ໃຫ້ບໍລິການ, ຜູ້ບໍລິໂພກ ແລະ ຜູ້ກ່ຽວຂ້ອງອື່ນໆ. ຄວາມຮູ້ທັງໝົດ ຈະໄດ້ຮັບການສັງລວມ ແລະ ພີມເຜີຍແຜ່ຜ່ານ (Agro-Ecology Learning Alliance in South East Asia (ALiSEA) ຊື່ງເປັນໜື່ງໃນຄູ່ຮ່ວມງານຂອງໂຄງການອາແຊັດ. ນອກນັ້ນ ຍັງເຜີຍແຜ່ຜ່ານ ໂທລະພາບ, ໜັງສືພີມ, Facebook page, YouTube ແລະ ອື່ນໆ. ທ່ານສາມາດອ່ານຜົນໄດ້ຮັບຂອງໂຄງການດັ່ງກ່າວ ໄດ້ທີ່: https://ali-sea.org/

ນອກຈາກການເຮັດຄົ້ນຄ້ວາທົດລອງດັ່ງກ່າວແລ້ວ ຍັງມີການຝຶກອົບຮົບເພື່ອສ້າງຄວາມເຂັ້ມແຂງໃຫ້ຜູ້ທີ່ມີສ່ວນຮ່ວມ ແລະ ຄູ່ຮ່ວມງານໃນໂຄງການດັ່ງກ່າວ. ການຝຶກອົບຮົມ ແລະ ການເພື່ອແຜ່ຄວາມຮູ້ດັ່ງກ່າວ ແມ່ນໄດ້ສຸມໃສ່ ທັງໃນລະດັບພື້ນທີ່ການຜະລິດ ແລະ ການບໍລິໂພກ ໂດຍສະເພາະກ່ຽວກັບຄວາມປອດໄພຂອງອາຫານ ແລະ ໂພຊະນາການ. ປັດຈຸບັນ ທາງອາລີເຊຍ ກຳລັງສ້າງເວບໄຊທ ສະເພາະ ເພື່ອການເຜີຍແຜ່ຄວາມຮູ້ ແລະ ກິດຈະກຳທັງໝົດທີ່ກ່ຽວຂ້ອງກັບວຽກງານນິເວດກະສິກຳ (http://alisea.joomlafact. com/) ເວບໄຊທດັ່ງກ່າວ ອາດສາມາດເປີດໂຕ ເພື່ອນຳໃຊ້ ແລະ ລີ້ງເຂົ້າຫາເວບໄຊທ ຂອງຄູ່ຮ່ວມງານອື່ນໆໃນໄວ​ໆນີ້. 

0
0
0
s2sdefault

ພາກວິຊາເສດຖະກິດຊົນນະບົດ ແລະ ເຕັກໂນໂລຊີອາຫານ, ຄະນະກະເສດສາດ ຮ່ວມມືກັບອົງການຊີລັດປະເທດຝລັ່ງ ໄດ້ເຮັດການສຶກສາກ່ຽວກັບການຜະລິດກະສິກຳເຊີງນິເວດ (Agro-ecological production) ພາຍໃຕ້ໂຄງການອາແຊັດ (ASSET) ໄດ້ຕີພີມຜົນການຄົ້ນຄ້ວາ ທີ່ເປັນບົດຄວາມທາງດ້ານນະໂຍບາຍຈຳນວນ 3 ບົດ, ທ່ານສາມາດອ່ານລາຍລະອຽດໄດ້ທີ່: 

0
0
0
s2sdefault

ພາກວິຊາເສດຖະກິດຊົນນະບົດ ແລະ ເຕັກໂນໂລຊີອາຫານ ຄະນະກະເສດສາດ ໄດ້ເຂົ້າຮ່ວມກອງປະຊຸມ ແລະ ວາງສະແດງຜະລິດຕະພັນຂອງພາກວິຊາ ໃນກອງປະຊຸມໂພຊະນາການແຫ່ງຊາດ ປີ 2025 ທີໄດ້ຈັດຂຶ້ນຢູ່ທີ່ ໂຮງແຮມ Holiday Inn suites ໃນຄັ້ງວັນທີ 18 ມີນາ 2025. ໂດຍຜະລິດຕະພັນທີ່ນຳມາວາງສະແດງແມ່ນນ້ຳເຂົ້າຫວານຍີ່ປຸ່ນເພື່ອສຸຂະພາບ ຊຶ່ງເປັນຜະລິດຕະພັນທີ່ນຳເອົາຫົວເຊື້ອອາມາຊາເກະ ຈາກປະເທດຍີ່ປຸ່ນມານຳໃຊ້ກັບເຂົ້າລາວ ເພື່ອເພີ່ມຄຸນຄ່າທາງອາຫານ ແລະ ໂພຊະນາການຂອງເຂົ້າໃຫ້ສູງຂຶ້ນ ແລະ ເພື່ອນຳໃຊ້ໃນການປັບປຸງໂພຊະນາການຂອງຄົນລາວ ໂດຍສະເພາະແມ່ນເດັກນ້ອຍ, ຜູ້ສູງອາຍຸ ແລະ ກຸ່ມຄົນຮັກສຸຂະພາບ.
ນອກຈາກຜະລິດຕະພັນດັ່ງກ່າວແລ້ວ ຍັງທີການວາງສະແດງບົດຄົ້ນຄວ້າກ່ຽວກັບການເຮັດປາແດກ ຊຶ່ງມີການຕິດໂພດເຕີ້ຜົນການຄົ້ນຄ້ວາ, ແຈກສູດ ແລະ ສະຕິດເກີ້ໃຫ້ແຂກຜູ້ເຂົ້າຊົມບູດ. ນອກຈາກນັ້ນ. ຍັງໄດ້ນຳເອົາຜະລິດຕະພັນອື່ນໆ ໄປວາງຂາຍ ໂດຍສະເພາະແມ່ນ ກ້ວຍແຜ່ນອົບແຫ້ງ, ບາວນີ່ຊັອກໂກແລັດ, ປັງກອບບາວນີ ແລະ ປັງກອບເນີຍ ຊຶ່ງເປັນຜະລິດຕະພັນຈາກພາກວິຊາເສດຖະກິດຊົນນະບົດ ແລະ ເຕັກໂນໂລຊີອາຫານທັງໝົດ.

 

0
0
0
s2sdefault

ຄະນະກະເສດສາດ, ພາກວິຊາເສດຖະກິດຊົນນະບົດ ແລະ ເຕັກໂນໂລຊີອາຫານ ໄດ້ຈັດຝຶກອົບຮົມກ່ຽວກັບ ການຝຶກອົບຮົມກ່ຽວກັບການວິໄຈອາຫານ (Training Course on Food Analysis) 26th-30th June 2023, Nabong Campus, Vientiane, Lao PDR ໂຄງການພັດທະນາຊັບພະຍາກອນມະນຸດ ຂອງອາຊຽນ ແລະ ກະຊວງກະສິກໍາ, ປ່າໄມ້ ແລະ ປະມົງ, ປະເທດຍີ່ປຸ່ນ JAPAN, MAFF Human Resources Development Project (HRD Project)

  ຮູບພາບການຝຶກອົບຮົມ FA