0
0
0
s2sdefault

ກອງປະຊຸມ ຄະນະຊີ້ນຳການຈັດຕັ້ງປະຕິບັດໂຄງການປະຈຳປີ 2025 ຂອງໂຄງການ ອາແຊັດ ໄດ້ຈັດຂຶ້ນທີ່ ໂຮງແຮມທະວີສຸກ ເມືອງວັງວຽງ ແຂວງວຽງຈັນ ໂດຍການອົງການ ເກຼດ (GRET) ປະຈຳລາວ  ໂດຍການເຂົ້າຮ່ວມຂອງກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ, ກົມແຜນການ ແລະ ການຮ່ວມມື ກະຊວງກະສິກຳ-ປ່າໄມ້, ສະຖາບັນຄົ້ນຄ້ວາກະສິກຳ-ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ຄະນະກະເສດສາດ ມະຫາວິທະຍາໄລແຫ່ງຊາດ. ນອກຈາກນັ້ນ, ຍັງມີຜູ້ຕາງໜ້າຈາກສະຫະພາບເອີລົບປະຈຳລາວ, ຜູ້ຕາງໜ້າຈາກອົງການປະເທດຝຣັ່ງເພື່ອການພັດທະນາ (AFD) ແລະ ອົງການປົກຄອງທ້ອງຖີ່ນ ໂດຍສະເພາະພະແນກກະສິກຳ-ປ່າໄມ້ແຂວງຊຽງຂວາງ ແລະ ຈາກຫ້ອງການກະສິກຳ-ປ່າໄມ້ຂອງເມືອງເປົ້າໝາຍ ຂອງແຂວງຊຽງຂວາງເຂົ້າຮ່ວມ.

ໃນກອງປະຊຸມດັ່ງກ່າວນີ້ ໄດ້ມີການນຳສະເໜີຜົນໄດ້ຮັບການຈັດຕັ້ງປະຕິບັດຂອງໂຄງການໃນໄລຍະຜ່ານມາ ໂດຍຜູ້ຕາງໜ້າຈາກແຕ່ລະຄູ່ຮ່ວມງານ. ໂຄງການດັ່ງກ່າວ ໄດ້ຮັບການສະໜັບສະໜູນໂດຍ ອົງການປະເທດຝຣັ່ງເພື່ອການພັດທະນາ ແລະ ສະຫະພາບເອີລົບ ໂດຍຈຸດປະສົງ ແມ່ນສຸມໃສ່ກິດຈະກຳເຊີງນິເວດ ໂດຍສະເພາະແມ່ນການສ້າງອົງຄວາມຮູ້ໂດຍຜ່ານການເຮັດການສຶກສາ-ທົດລອງ ທັງໃນລະດັບພື້ນທີ່ ໂດຍສະເພາະສຸມໃສ່ເຕັກນິກການກະລິກຳ ທີ່ເປັນມິດຕໍ່ສີ່ງແວດລ້ອມ ແລະ ສຸຂະພາບ ແລະ ການສຳຫລວດຜູ້ມີສ່ວນກ່ຽວພັນກັບການກະສິກຳເຊີງນິເວດເຊັ່ນ: ຜູ້ຜະລິດ, ຜູ້ໃຫ້ບໍລິການ, ຜູ້ບໍລິໂພກ ແລະ ຜູ້ກ່ຽວຂ້ອງອື່ນໆ. ຄວາມຮູ້ທັງໝົດ ຈະໄດ້ຮັບການສັງລວມ ແລະ ພີມເຜີຍແຜ່ຜ່ານ (Agro-Ecology Learning Alliance in South East Asia (ALiSEA) ຊື່ງເປັນໜື່ງໃນຄູ່ຮ່ວມງານຂອງໂຄງການອາແຊັດ. ນອກນັ້ນ ຍັງເຜີຍແຜ່ຜ່ານ ໂທລະພາບ, ໜັງສືພີມ, Facebook page, YouTube ແລະ ອື່ນໆ. ທ່ານສາມາດອ່ານຜົນໄດ້ຮັບຂອງໂຄງການດັ່ງກ່າວ ໄດ້ທີ່: https://ali-sea.org/

ນອກຈາກການເຮັດຄົ້ນຄ້ວາທົດລອງດັ່ງກ່າວແລ້ວ ຍັງມີການຝຶກອົບຮົບເພື່ອສ້າງຄວາມເຂັ້ມແຂງໃຫ້ຜູ້ທີ່ມີສ່ວນຮ່ວມ ແລະ ຄູ່ຮ່ວມງານໃນໂຄງການດັ່ງກ່າວ. ການຝຶກອົບຮົມ ແລະ ການເພື່ອແຜ່ຄວາມຮູ້ດັ່ງກ່າວ ແມ່ນໄດ້ສຸມໃສ່ ທັງໃນລະດັບພື້ນທີ່ການຜະລິດ ແລະ ການບໍລິໂພກ ໂດຍສະເພາະກ່ຽວກັບຄວາມປອດໄພຂອງອາຫານ ແລະ ໂພຊະນາການ. ປັດຈຸບັນ ທາງອາລີເຊຍ ກຳລັງສ້າງເວບໄຊທ ສະເພາະ ເພື່ອການເຜີຍແຜ່ຄວາມຮູ້ ແລະ ກິດຈະກຳທັງໝົດທີ່ກ່ຽວຂ້ອງກັບວຽກງານນິເວດກະສິກຳ (http://alisea.joomlafact. com/) ເວບໄຊທດັ່ງກ່າວ ອາດສາມາດເປີດໂຕ ເພື່ອນຳໃຊ້ ແລະ ລີ້ງເຂົ້າຫາເວບໄຊທ ຂອງຄູ່ຮ່ວມງານອື່ນໆໃນໄວ​ໆນີ້.