0
0
0
s2sdefault

ພາກວິຊາເສດຖະກິດຊົນນະບົດ ແລະ ເຕັກໂນໂລຊີອາຫານ ຄະນະກະເສດສາດ ໄດ້ເຂົ້າຮ່ວມກອງປະຊຸມ ແລະ ວາງສະແດງຜະລິດຕະພັນຂອງພາກວິຊາ ໃນກອງປະຊຸມໂພຊະນາການແຫ່ງຊາດ ປີ 2025 ທີໄດ້ຈັດຂຶ້ນຢູ່ທີ່ ໂຮງແຮມ Holiday Inn suites ໃນຄັ້ງວັນທີ 18 ມີນາ 2025. ໂດຍຜະລິດຕະພັນທີ່ນຳມາວາງສະແດງແມ່ນນ້ຳເຂົ້າຫວານຍີ່ປຸ່ນເພື່ອສຸຂະພາບ ຊຶ່ງເປັນຜະລິດຕະພັນທີ່ນຳເອົາຫົວເຊື້ອອາມາຊາເກະ ຈາກປະເທດຍີ່ປຸ່ນມານຳໃຊ້ກັບເຂົ້າລາວ ເພື່ອເພີ່ມຄຸນຄ່າທາງອາຫານ ແລະ ໂພຊະນາການຂອງເຂົ້າໃຫ້ສູງຂຶ້ນ ແລະ ເພື່ອນຳໃຊ້ໃນການປັບປຸງໂພຊະນາການຂອງຄົນລາວ ໂດຍສະເພາະແມ່ນເດັກນ້ອຍ, ຜູ້ສູງອາຍຸ ແລະ ກຸ່ມຄົນຮັກສຸຂະພາບ.
ນອກຈາກຜະລິດຕະພັນດັ່ງກ່າວແລ້ວ ຍັງທີການວາງສະແດງບົດຄົ້ນຄວ້າກ່ຽວກັບການເຮັດປາແດກ ຊຶ່ງມີການຕິດໂພດເຕີ້ຜົນການຄົ້ນຄ້ວາ, ແຈກສູດ ແລະ ສະຕິດເກີ້ໃຫ້ແຂກຜູ້ເຂົ້າຊົມບູດ. ນອກຈາກນັ້ນ. ຍັງໄດ້ນຳເອົາຜະລິດຕະພັນອື່ນໆ ໄປວາງຂາຍ ໂດຍສະເພາະແມ່ນ ກ້ວຍແຜ່ນອົບແຫ້ງ, ບາວນີ່ຊັອກໂກແລັດ, ປັງກອບບາວນີ ແລະ ປັງກອບເນີຍ ຊຶ່ງເປັນຜະລິດຕະພັນຈາກພາກວິຊາເສດຖະກິດຊົນນະບົດ ແລະ ເຕັກໂນໂລຊີອາຫານທັງໝົດ.