ຄະນະກະເສດສາດ ວິທະຍາເຂດນາບົງ ຕັ້ງຢູ່ຫ່າງຈາກໃຈກາງນະຄອນຫລວງວຽງຈັນ 35 ກມ, ໃກ້ກັບບ້ານປາກຊາບໃຫມ່, ເມືອງໄຊທານີ, ມີເນື້ອທີ່ທັງຫມົດ 114 ຣຕ, ໃນນັ້ນ 17 ຣຕ ເປັນພື້ນທີ່ປຸກສ້າງ ແລະ 97 ຣຕ ເປັນພື້ນທີ່ຟາມສາທິດ

ວິໄສທັດ

ຄະນະກະເສດສາດເປັນສະຖາບັນການສຶກສາຊັ້ນສູງ ທາງດ້ານກະສິກຳທີ່ນຳໜ້າຢູ້ ສປປ ລາວ ໃກ້ຄຽງກັບລະດັບພາກພື້ນ ແລະ ສາກົນ

ເປົ້າໝາຍ

  1. ສ້າງນັກວິຊາການທີ່ມີຄວາມຮູ້, ຄວາມສາມາດ, ຄຸນສົມບັດ, ຈັນຍາບັນ, ແລະ ມີຄວາມສິວິໄລທາງດ້ານແນວຄິດ ແລະ ພຶດຕິກຳ

  2. ສົ່ງເສີມ ແລະ ພັດທະນາການຄົ້ນຄ້ວາວິທະຍາສາດສາຂາກະສິກຳໃຫ້ມີຄຸນນະພາບໃກ້ຄຽງລະດັບພາກພື້ນ

  3. ພັດທະນາຄະນະວິຊາ ໃຫ້ກາຍເປັນສະຖານທີ່ສະຫງົບ, ສະອາດ, ສີຂຽວ, ແລະ ມີສິ່ງອຳນວຍຄວາມສະດວກໃນການສິດສອນທັນສະໄໝ

“ຊີ້ນຳລວມ, ພາກວິຊາເສດຖະກິດກະສິກຳ ແລະເຕັກໂນໂລຊີອາຫານ, ພາກວິຊາລ້ຽງສັດ ແລະ ການປະມົງ, ການເງິນ-ສັບສິນ ແລະ ພະແນກຈັດຕັ້ງ-ສັງລວມ ແລະ ວຽກງານປ້ອງກັນ”

ວ່າການແທນ ຄະນະບໍດີ

ຮສ.ປອ. ວັນນະພອນ ພຸດທະນາ

“ຊີ້ນຳ ພາກວິຊາ ປູກຝັງ, ພະແນກວິຊາການ, ພະແນກສຶກສາຫຼັງປະລິນຍາຕີ ແລະ ພະແນກຫໍສະໝຸດ”

ຮອງຄະນະບໍດີ

ອຈ. ປອ. ພູວິນ ພູສະຫວັນ

“ຊີ້ນຳ ພາກວິຊາສັດຕະວະແພດ, ພະແນກຄົ້ນຄວ້າວິທະຍາສາດ ແລະ ບໍລິການວິຊາການ ແລະ ພະແນກຄຸ້ມຄອງນັກສຶກສາ”

ຮອງຄະນະບໍດີ

ຮສ. ປອ. ນ. ດາວວີ ກອງມະນີລາ

“ຊີ້ນຳ”

ຮອງຄະນະບໍດີ

ບົດຄວາມອື່ນ ໆ...