ຝຶກອົບຮົມການຄຸ້ມຄອງ ແລະ ບໍລິຫານຈັດການເວັບໄຊ ຄກສ ຄັ້ງວັນທີ 17/8/2023 ທີ່ ທີ່ ເມືອງ ວຽງຄຳ, ແຂວງ ວຽງຈັນ
ທີ່ຕັ້ງ |
ຫ້ອງການ ພະແນກຄົ້ນຄວ້າວິທະຍາສາດ ແລະ ບໍລິການວິຊາການ ຕຶກອາຄານ ສະໂມສອນ |
ຫົວໜ້າພະແນກ | ທ່ານ ອຈ. ປອ. ດາວວີ ກອງມະນີລາ Email: This email address is being protected from spambots. You need JavaScript enabled to view it. |
ຮອງຫົວໜ້າພະແນກ | ທ່ານ. ປທ. ພົມມາ ທຳມະວົງ Email: This email address is being protected from spambots. You need JavaScript enabled to view it. |
ຕິດຕໍ່ຫ້ອງການ | +85620 28122544 |
ພະແນກຄົ້ນຄວ້າວິທະຍາສາດ ແລະ ບໍລິການວິຊາການ ເປັນໜຶ່ງໃນຈຳນວນ 7 ພະແນກ ທີ່ຂຶ້ນກັບ ຄະນະກະເສດສາດ, ມະຫາວິທະຍາໄລແຫ່ງຊາດ, ພາຍໃຕ້ການຊີ້ນຳໂດຍກົງຂອງ ທ່ານ ຮອງຄະນະບໍດີ (ອຈ. ປອ. ວັນນະພອນ ພຸດທະນາ) ຕາມການມອບ ໝາຍຂອງຄະນະບໍດີ
ພາລະບົດບາດ
ພະແນກຄົ້ນຄວ້າວິທະຍາສາດ ແລະ ບໍລິການວິຊາການ ມີພາລະບົດບາດເປັນເສນາທິການໃຫ້ແກ່ຄະນະກະເສດສາດ, ມະຫາວິທະຍາໄລແຫ່ງຊາດ ກ່ຽວກັບ ການຈັດຕັ້ງການຄົ້ນຄວ້າ ແລະ ພັດທະນາເຕັກໂນໂລຊີໃນຂະແໜ່ງການວິຊາການທີ່ກ່ຽວຂ້ອງ, ເຜີຍແຜ່ ແລະ ນຳໃຊ້ຜົນສຳເລັດຂອງການຄົ້ນຄວ້າ ແລະ ການພັດທະນາເຕັກໂນໂລຊີທີ່ເປັນປະໂຫຍດເຂົ້າໃນການປັບປຸງຄຸນນະພາບການຮຽນ-ການສອນ ແລະ ການພັດທະນາເສດຖະກິດ-ສັງຄົມ. ນອກຈາກນັ້ນ ພະແນກຍັງມີໜ້າທີ່ໃນການໃຫ້ບໍລິການຊ່ຽວຊານ, ອາສາສະໝັກ, ເປັນທີ່ປຶກສາວິຊາການໃຫ້ແກ່ສັງຄົມ ໃນສາຂາກະສິກຳ ແລະ ບໍລິການວິຊາການອື່ນໆທີ່ກ່ຽວຂ້ອງ.
ໂຄງຮ່າງການຈັດຕັ້ງພະແນກ:
ຝຶກອົບຮົມການຄຸ້ມຄອງ ແລະ ບໍລິຫານຈັດການເວັບໄຊ ຄກສ ຄັ້ງວັນທີ 17/8/2023 ທີ່ ທີ່ ເມືອງ ວຽງຄຳ, ແຂວງ ວຽງຈັນ
ແຈ້ງການ: ເປີດຮັບບົດຄວາມວິທະຍາສາດ/ບົດຄວາມທາງວິຊາການ ເພື່ອຄັດເລືອກລົງຕີພິມໃນ “ວາລະສານ ວິທະຍາສາດກະສິກຳ, ເຕັກໂນໂລຊີ ແລະ ການພັດທະນາ” ປະຈຳປີ 2022
ຄະນະບໍດີ ຄະນະກະເສດສາດ ມະຫາວິທະຍາໄລແຫ່ງຊາດ ມີຈຸດປະສົງແຈ້ງມາຍັງ ບັນດານັກຄົ້ນຄວ້າ, ຄູ-ອາຈານ, ນັກສຶກສາ ແລະ ພາກສ່ວນທີ່ກ່ຽວຂ້ອງທີ່ມີຄວາມສົນໃຈຢາກສົ່ງບົດຄວາມວິທະຍາສາດ ຫຼື ບົດຄວາມທາງວິຊາການທີ່ເປັນຜົນຂອງການຄົ້ນຄວ້າ-ທົດລອງ ແລະ ການພັດທະນາ ເພື່ອຕີພິມໃນ ວາລະສານ ວິທະຍາສາດກະສິກຳ, ເຕັກໂນໂລຊີ ແລະ ການພັດທະນາ ປະຈຳປີ 2022, ເຫຼັ້ມທີ 1. ການຮັບບົດຄວາມດັ່ງກ່າວ ທາງຄະນະບັນນາທິການແມ່ນເປີດກວ້າງ ແລະ ຍິນດີຮັບເອົາບົດຄວາມທີ່ຂຽນເປັນພາສາລາວ ຫຼື ພາສາອັງກິດ ຈາກທຸກທ່ານ, ສ່ວນບົດຄັດຫຍໍ້ຂອງບົດຄວາມແຕ່ລະບົດຈະຕ້ອງຂຽນເປັນ 2 ພາສາ, ເຊິ່ງລາຍລະອຽດ
ທ່ານສາມາດ ເບິ່ງ/ໂຫລດ ຂໍ້ແນະນຳການຂຽນ, ຮູບແບບການຂຽນ ແລະ ຂໍ້ມູນຕ່າງໆຕາມ Link ລຸ່ມນີ້:
ຄຳແນະນຳສຳລັບຜູ້ຂຽນ (JASTD Guidline for ACI):
https://drive.google.com/file/d/1374DBMs1X_RbwnpoM90FEBNLhqQGjGDi/view
ຕົວຢ່າງຮູບແບບການຂຽນ (JASTD Template for ACI):
https://drive.google.com/file/d/1U1fxWMx8D6VFihFo-Urq0uqqWiWmGFfv/view
ບົດຄວາມວິທະຍາສາດ ຕົ້ນສະບັບ: ກະລຸນາສົ່ງໄປທີ່ ຄະນະກະເສດສາດ , ມະຫາວິທະຍາໄລແຫ່ງຊາດ
Email: This email address is being protected from spambots. You need JavaScript enabled to view it.
ກອງປະຊຸມປຶກສາຫາລື ແລະ ປັບປຸງແຜນການສອນລາຍວິຊາ ເພື່ອນຳໃຊ້ລະບົບຂໍ້ມູນຂ່າວສານດ້ານພູມສາດ
ໃນຕອນບ່າຍ ວັນພຸດ ວັນທີ 16 ມີນາ 2022 ໄດ້ມີພິທີເຊັນສັນຍາ ໂຄງການສ້າງຟາມອັດສະລິຍະ (Smart Farm) ລະຫວ່າງ ຄະນະກະເສດສາດ, ມະຫາວິທະຍາໄລແຫ່ງຊາດ ແລະ ສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ແຊຣິງ ສ.ເກົາຫຼີ ໂດຍມີ ທ່ານ ອຈ. ປອ. ວັນນະພອນ ພຸດທະນາ ຮອງຄະນະບໍດີ ເປັນຜູ້ລົງນາມຕາງໜ້າ ຄະນະກະເສດສາດ ມະຫາວິທະຍາໄລແຫ່ງຊາດ ແລະ ທ່ານ Dr. Yoo Hyun sook ເປັນຜູ້ລົງນາມຕາງໜ້າ ສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ແຊຣິງ ສ.ເກົາຫຼີ