ພະແນກຄົ້ນຄ້ວາວິທະຍາສາດ ແລະ ບໍລິການວິຊາການ ຈັດຝຶກ​ອົບ​ຮົມ​ການ​ພັດ​ທະ​ນາ​ເວັບ​ໄຊ​ຂ​ອງ​ຄະ​ນະ​ກະ​ເສດ​ສາດ ເຊິ່ງເປັນກິດຈະກຳທີ່ຈະ​ເຮັດ​ໃຫ້​​ຄ​ູ​ອາ​ຈານ ແລະ ພະ​ນັກ​ງານ ພາຍ​ໃນ​ ຄກ​ສ ມີ​ຄວາມ​ຮູ້-ທັກ​ສ​ະ ໃນ​ການ​ພັດ​ທະ​ນາ​ເວັບ​ໄຊ ເພື່ອການ​ສຶບ​ຕໍ່​ຈັດ​ຕັ້ງ​ປະ​ຕິ​ບັດ​ໃນ​ການ​ເຜີຍ​ແຜ່​ຂໍ້​ມູນ-ຂ່າວ​ສານ​ຂອງ​ພາກ​ສ່ວນ​ຕົນ​ເອງ​ສັງ​ກັດໃນ​ອະ​ນາ​ຄົດ.

ການຝຶກ​ອົບ​ຮົມ​ຄັ້ງ​ນີ້ ຈະ​ມີຜູ້​ເຂົ້າ​ຮ່ວມ​ທັງ​ໝົດ​ຈຳ​ນວນ 20 ຄົນ ເຊິ່ງ​ຜູ້​ເຂົ້າ​ຮ່ວມຈະໄດ້​ຝຶກ​​ການ​ສ້າງ-​ພັດ​ທະ​ນາ ແລະ ເອົາ​ຂໍ້​ມູນ​ລົງ​ເວັບ​ໄຊ​ຕົວ​ຈິງ ໂດຍ​ມີ​ຄູ​ຝຶກ​​ມາຈາກ​ສູນ​ໄອ​ທີ ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ, ການ​ຝຶກ​ອົບ​ຮົບ​ແມ່ນ​ຈະ​ໄດ້​ຈັດ​ຂຶ້ນ​ຢູ່ໃນລະ​ຫວ່າງວັນທີ 9-12/01/2018 ເລີ່ມແຕ່ເວລາ 9:00-16.00 ໂມງ ທີ່ຫ້ອງ​ຮຽນ​ປະ​ລິນ​ຍາ​ໂທ, ຄະນະກະເສດສາດ.