ພາກວິຊາສັດຕະວະແພດ (Department of Veterinary Medicine)

 

ພາກວິຊາສັດຕະວະແພດ ແມ່ນສັງກັດຢູ່ໃນການຈັດຕັ້ງຄະນະກະເສດສາດ (ວິທະຍາເຂດນາບົງ) ມະຫາວິທະຍາໄລແຫ່ງຊາດ. ມີພາລະບົດບາດ ແລະ ໜ້າທີ່ໃນການພັດທະນາຊັບພະຍາກອນມະນຸດ ໃຫ້ກາຍເປັນນັກວິຊາການສະເພາະດ້ານທາງດ້ານສັດຕະວະແພດ ເພື່ອນຳໃຊ້ຄວາມຮູ້ຄວາມສາມາດທີ່ຮຽນເຊັ່ນ: ການຮັກສາດູແລສຸຂະພາບຂອງສັດລ້ຽງ, ການປ້ອງກັນພະຍາດ ການປິ່ນປົວ ແລະ ຮັກສາພະຍາດທີ່ເກີດຈາກສັດ ແລະ ການເຝົ້າລະວັງການລະບາດຂອງເຊື້ອພະຍະຍາດ ແລະ ຍັງໄດ້ບໍລິການໂຮງໝໍປິ່ນປົວສັດລ້ຽງໃຫ້ບໍລິການແກ່ສັງຄົມ  ແລະ ພ້ອມດຽວກັນນັ້ນຍັງໄດ້ມີການຮ່ວມມືກັບສາກົນ ເຮັດການຄົ້ນຄວ້າວິໄຈ ກ່ຽວກັບພະຍາດຈາກສັດສູ່ຄົນ

ສັດຕະວະແພດ (Veterinary)

ອີງຕາມ ມາດຕາ 3 ກົດໝາຍວ່າດ້ວຍການລ້ຽງສັດ ແລະ ການສັດຕະວະແພດ ສະບັບປັບປຸງ

ການສັດຕະວະແພດ: ແມ່ນການນຳໃຊ້ວິທະຍາສາດດ້ານການແພດກ່ຽວກັບສັດເຂົ້າໃນວຽກງານຮັກສາສຸຂະພາບສັດ ເປັນຕົ້ນ ການກວດສຸຂະພາບສັດ, ການບົ່ງມະຕິພະຍາດສັດ, ແລະປິ່ນປົວສັດລ້ຽງ, ສັດນ້ຳ ແລະສັດປ່າ, ການກັນ ແລະຄວບຄຸມພະຍາດສັດຕິດຕໍ່ຈາກສັດສູ່ສັດ, ລວມທັງພະຍາດສັດຕິດຕໍ່ສູ່ຄົນ, ສະຫວັດດີການສັດ, ການກວດຄຸນນະພາບ ແລະຄວາມປອດໄພທາງດ້ານອາຫານໃຫ້ແກ່ຜູ້ບໍລິໂພກ ຕາມລະບົບຕ່ອງໂສ້ຂອງການຜະລິດສັດ, ຈຳໜ່າຍ ແລະ ການນຳໃຊ້ຜະລິດຕະພັນສິນຄ້າກ່ຽວກັບສັດ ລວມທັງຄຸ້ມຄອງວິຊາຊີບລ້ຽງສັດ ແລະ ສັດຕະວະແພດ,

ວິໄສທັດ (VISION)
ພາກວິຊາສັດຕະວະແພດເປັນສະຖາບັນການສຶກສາຊັ້ນສູງທາງດ້ານສັດຕະວະແພດທີ່ນຳໜ້າຢູ່ສປປລາວ, ສ້າງປະໂຫຍດແກ່ສັງຄົມ ໃຫ້ໃກ້ຄຽງກັບລະດັບພາກພື້້ນ ແລະ ສາກົນ.

ພະລະກິດ (MISSION)
1. ສະໜອງການສຶກສາລະດັບປະລິນຍາຕີ ແລະ ພັດທະນາຊັບພະຍາກອນມະນຸດໃນສາຂາສັດຕະວະແພດ ຕອບສະໜອງປະລິມານ ແລະ ຄຸນນະພາບໃຫ້ແກ່ສັງຄົມ
2. ຈັດຕັ້ງການຄົ້ນຄວ້າວິທະຍາສາດທາງດ້ານສັດຕະວະແພດ ແລະ ເຜີຍແຜ່ຜົນງານການຄົ້ນຄວ້າວິທະຍາສາດ ທີ່ມີຜົນປະໂຫຍດແກ່ການພັດທະນາເສດຖະກິດສັງຄົມ
3. ຈັດຕັ້ງການບໍລິການທາງດ້ານວິຊາການໃຫ້ແກ່ສັງຄົມ
4. ປົກປັກຮັກສາ ແລະ ເສີມຂະຫຍາຍສິລະປະ ວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງຊາດ ຂອງປະຊາຊົນບັນດາເຜົ່າຄຽງຄູ່ໄປກັນການຮຽນຮູ້ແລກປ່ຽນ ແລະ ຮັບເອົາວັດທະນາທຳສາກົນຢ່າງມີການເລືອກເຟັ້ນ
5. ປະຕິບັດພາລະໜ້າທີ່ອື່ນໆຕາມການມອບໝາຍຂອງ ຄະນະກະເສດສາດ, ມະຫາວິທະຍາໄລແຫ່ງຊາດ, ກະຊວງສຶກສາທິການ ແລະ ກິລາ ແລະ ລັດຖະບານ

ຄ່ານິຍົມ (Value): ແນໃສ່ຜົນລັບ ແລະ ຮັບຜິດຊອບຕໍ່ສັງຄົມ (outcome based and communal responds)

ວັດທະນະທຳອົງກອນ (Cultures): ວິໄຈ ແລະ ພັດທະນາຢ່າງຕໍ່ເນື່ອງ


ສະມັດຕະພາບຫລັກ (Performances) ວິໄຈ, ພັດທະນາ, ແລະ ບໍລິການວິຊາການ ເພື່ອແກ້ໄຂປັນຫາສຸຂະພາບສັດຢູ່ໃນ ສປປ ລາວ

 

0
0
0
s2sdefault

 

ໃນຄັ້ງວັນທີ 10-13/02/2023 ທີຜ່ານມາ ພາກວິຊາ ສັດຕະວະແພດ, ຄະນະກະເສດສາດ, ມຊ, ຮ່ວມມືກັບອົງການສັດຕະວະແພດບໍ່ມີພົມແດນ ສ.ເກົາຫຼີ  ໄດ້ຈັດຕັ້ງກິດຈະກຳໃຫ້ບໍລິການດ້ານວິຊາການ ສັດຕະວະແພດໂດຍບໍ່ເສຍຄ່າໃຊ້ຈ່າຍ (ຟຣີ) ໃຫ້ແກ່ສັດລ້ຽງປະເພດໝາແມວໃນຂົງເຂດ ນະຄອນຫຼວງວຽງຈັນ. 

photo group

ກິດຈະກຳດັ່ງກ່າວໃຫ້ກຽດເປັນປະທ່ານໂດຍທ່ານ ອຈ ປອ ວັນນະພອນ ພຸດທະນາ ຮອງຄະນະບໍດີຄະນະກະເສດສາດ ແລະ ທ່ານ Dr. Jae-Young Kim ປະທານອົງການສັດຕະວະແພດບໍ່ມີພົມແດນສ.ເກົາຫຼີ ພ້ອມດ້ວຍຄະນະທີມງານອາຈານ ແລະ ຜູ້ຊ່ຽວຊານດ້ານສັດຕະວະວະແພດຂອງສອງປະເທດ

leader

ຈຸດປະສົງຂອງກິດຈະກຳໃນຄັ້ງນີ້ແມ່ນເປັນການແລກປ່ຽນທາງດ້ານວິຊາການສັດຕະວະແພດ ແລະ ໃຫ້ບໍລິການແກ່ສັງຄົມ. ໂດຍເນັ້ນໃສ່ການຜ່າຕັດສັນຍະກຳເຮັດໝັນ, ໃຫ້ຄຳປຶກສາດ້ານສຸຂະພາບສັດລ້ຽງແກ່ເຈົ້າຂອງສັດທີ່ນຳມາເຂົ້າຮ່ວມກິດຈະກຳ. ກິດຈະກຳດັ່ງກ່າວແມ່ນມີຜົນຕອບຮັບເປັນຢ່າງດີ ເຊີງມີສັດລ້ຽງເຂົ້າຮ່ວມກິດຈະກຳຜ່າຕັດເຮັດໝັນໃນຄັ້ງນີ້ເປັນຈຳນວນຫລາຍ ລວມທັງໝົດ 75 ໂຕ. ອີງໃສ່ການຮ່ວມມືດັ່ງກ່າວ ກິດຈະກຳດັ່ງກ່າວຍັງຈະຍັງຄົງສືບຕໍ່ ແລະ ເກີດຂື້ນທຸກໆປີ

Surgerypost care surgery

ນຳສະເໜີຂໍ້ມູນໂດຍ: ປອ. ສຸລະສັກ ວັນນະມະຫາໄຊ ຜູ້ປະສານງານໂຄງການ, ອາຈານປະຈຳພາກວິຊາ ສັດຕະວະແພດ, ຄະນະກະເສດສາດ ມຊ.        

0
0
0
s2sdefault

ນໍາພານັກສຶກສາສັດຕະວະແພດປີ 6 ເຮັດພາກປະຕິບັດ ວິຊາຄຼີນິກປິ່ນປົວສັດໃຫຍ່ ສອນໂດຍ ອາຈານ ສີສະຫວັດ ພົມມະສີຈັນ WhatsApp Image 2022 02 15 at 102352 AM

ໂດຍການນຳພານັກສຶກສາສັກຢາປ້ອງກັນພະຍາດໃຫ້ງົວຟາມຜະລິດຄະນະກະເສດສາດ ແລະ ຟາມງົວປະຊາຊົນບ້ານອ້ອມຂ້າງ

WhatsApp Image 2022 02 15 at 102353 AM

0
0
0
s2sdefault

ພາກປະຕິບັດການການຈັດການໃນການປ້ອງກັນການຂ້າເຊື້ອພະຍາດກ່ອນເຂົ້າໃນຟາມສັດ

ວິຊາການຈັດການຄວາມປອດໄພທາງຊີວະພາບ ແລະ ສິ່ງເສດເຫຼືອຈາກສັດ

1646112732125 1

0
0
0
s2sdefault

ພາກວິຊາສັດຕະວະແພດຍາມໃດກໍ່ໃຫ້ຄວາມສຳຄັນໃນການປັບປຸງ ແລະ ພັດທະນາວຽກງານການຮຽນ-ການສອນ ເພື່ອໃຫ້ເທົ່າທັນກັບພາກພື້ນ ແລະສາກົນ. ເຊີ່ງໃນຄັ້ງນີ້ໃຫ້ກຽດເປັນປະທານ ໂດຍທ່ານ ປອ ວັນນະພອນ ພຸດທະນາ ຮອງຄະນະບໍດີ ຄະນະກະເສດສາດ ແລະໃຫ້ກຽດບັນວ່າດ້ວຍມາດຕະຖານການສ້າງຫລັກການຮຽນ-ການສອນ ໂດຍທ່ານ ປອ ທະນົງສັກ ດວງດາລາ ຮອງຫົວໜ້າຫ້ອງການວິຊາການ ມຊ

OBE

ໝວດໝູ່ຍ່ອຍ

sisavath

ຫົວໜ້າໜ່ວຍວິຊາ ປິ່ນປົວສັດ

ອຈ ສີສະຫວັດ ພົມມະສີຈັນ

 

KPSong 

ຫົວໜ້າໜ່ວຍວິຊາ ການປະສົມພັນສັດ ແລະ ປະດຸງຄັນ

ອຈ ຄຳປະສົງນິນນະໂສພາ

Veterinary Volunteering Vientiane LAOs 2023 

 

 

Surgery2surgery