0
0
0
s2sdefault

 

ໃນຄັ້ງວັນທີ 10-13/02/2023 ທີຜ່ານມາ ພາກວິຊາ ສັດຕະວະແພດ, ຄະນະກະເສດສາດ, ມຊ, ຮ່ວມມືກັບອົງການສັດຕະວະແພດບໍ່ມີພົມແດນ ສ.ເກົາຫຼີ  ໄດ້ຈັດຕັ້ງກິດຈະກຳໃຫ້ບໍລິການດ້ານວິຊາການ ສັດຕະວະແພດໂດຍບໍ່ເສຍຄ່າໃຊ້ຈ່າຍ (ຟຣີ) ໃຫ້ແກ່ສັດລ້ຽງປະເພດໝາແມວໃນຂົງເຂດ ນະຄອນຫຼວງວຽງຈັນ. 

photo group

ກິດຈະກຳດັ່ງກ່າວໃຫ້ກຽດເປັນປະທ່ານໂດຍທ່ານ ອຈ ປອ ວັນນະພອນ ພຸດທະນາ ຮອງຄະນະບໍດີຄະນະກະເສດສາດ ແລະ ທ່ານ Dr. Jae-Young Kim ປະທານອົງການສັດຕະວະແພດບໍ່ມີພົມແດນສ.ເກົາຫຼີ ພ້ອມດ້ວຍຄະນະທີມງານອາຈານ ແລະ ຜູ້ຊ່ຽວຊານດ້ານສັດຕະວະວະແພດຂອງສອງປະເທດ

leader

ຈຸດປະສົງຂອງກິດຈະກຳໃນຄັ້ງນີ້ແມ່ນເປັນການແລກປ່ຽນທາງດ້ານວິຊາການສັດຕະວະແພດ ແລະ ໃຫ້ບໍລິການແກ່ສັງຄົມ. ໂດຍເນັ້ນໃສ່ການຜ່າຕັດສັນຍະກຳເຮັດໝັນ, ໃຫ້ຄຳປຶກສາດ້ານສຸຂະພາບສັດລ້ຽງແກ່ເຈົ້າຂອງສັດທີ່ນຳມາເຂົ້າຮ່ວມກິດຈະກຳ. ກິດຈະກຳດັ່ງກ່າວແມ່ນມີຜົນຕອບຮັບເປັນຢ່າງດີ ເຊີງມີສັດລ້ຽງເຂົ້າຮ່ວມກິດຈະກຳຜ່າຕັດເຮັດໝັນໃນຄັ້ງນີ້ເປັນຈຳນວນຫລາຍ ລວມທັງໝົດ 75 ໂຕ. ອີງໃສ່ການຮ່ວມມືດັ່ງກ່າວ ກິດຈະກຳດັ່ງກ່າວຍັງຈະຍັງຄົງສືບຕໍ່ ແລະ ເກີດຂື້ນທຸກໆປີ

Surgerypost care surgery

ນຳສະເໜີຂໍ້ມູນໂດຍ: ປອ. ສຸລະສັກ ວັນນະມະຫາໄຊ ຜູ້ປະສານງານໂຄງການ, ອາຈານປະຈຳພາກວິຊາ ສັດຕະວະແພດ, ຄະນະກະເສດສາດ ມຊ.