0
0
0
s2sdefault

ໃນຄັ້ງວັນທີ 25-29 ສີງຫາ 2024 ທີ່ຜ່ານມາອາຈານປະຈໍາ ພາກວິຊາສັດຕະວະແພດ ປອ.ສຸລະສັກ ວັນນະມະຫາໄຊ ຫົວໜ້າໜ່ວຍວິຊາປິ່ນປົວສັດ ແລະ ນັກສຶກສາສັດຕະວະແພດປີທີ 6 ມີໂອກາດນໍາສະເໜີຜົນງານຄົ້ນຄວ້າໃນກອງປະຊຸມສໍາມະນາວິຊາການລະຫວ່າງ ວິທະຍາໄລ ສັດຕະແພດ ມ.ກອນກຸກ ແລະ ຄະນະກະເສດສາດ, ມະຫາວິທະຍາໄລແຫ່ງຊາດລາວ

IMG 4049

ໃນງານປະຊຸມດັ່ງກ່າວ ປອ ສຸລະສັກ ວັນນະມະຫາໄຊ ໄດ້ນໍາສະເໜີສະພາບລວມ ແລະ ສິ່ງທ້າທ້າຍກ່ຽວກັບວຽກງານສັດຕະວະແພດໃນ ສປປລາວ ໃນນັ້ນໄດ້ຍົກໃຫ້ເຫັນເຖີງບັນຫາ, ຂໍ້ຈໍາກັດໃນການສ້າງບຸກຄະລາກອນສັດຕະວະແພດໃນລະດັບມະຫາວິທະຍາໄລ, ບາງສະພາບການລະບາດຂອງພະຍາດສັດ. ນອກນັ້ນນ້ອງໆສັກສຶກສາໄດ້ແບ່ງປັນຂໍ້ມູນງານວິໄຈ ໃນຫົວຂໍ້ ເຊື້ອຕ້ານຕໍ່ຢາຕ້ານເຊື້ອໃນສັດເສດຖະກິດ ແລະ ອັດຕາການຕິດເຊື້ອພະຍາດແທ້ງຕິດຕໍ່ໃນສັດ. ການຮ່ວມມືດັ່ງກ່າວໄດ້ມີການປຶກສາຫາລືການຮ່ວມມືໃນຕໍ່ໜ້າ ໂດຍສະເພາະດ້ານການຮຽນການສອນ, ການແລກປ່ຽນກິດຈະກໍານັກສຶກສາ, ການຄົ້ນຄວ້າວິໄຈ ແລະ ການນໍາໃຊ້ເຕັກໂນໂລຢີທາງດ້ານສັດຕະວະແພດ