0
0
0
s2sdefault

ການ​ຜ່າ​ຊາກ​ສັດ​ຂອງ​ນັກ​ສຶກ​ສາ​ປະ​ລິນ​ຍາ​ໂທ ສາ​ຂາ ວິ​ທະ​ຍາ​ສາດ​ສັດ ແມ່ນ​ໄດ້​ຈັດ​ຕັ້ງ​ປະ​ຕິ​ບັດ​ຢູ່​ທີ່ ຫ້ອງ​ຜ່າ​ຊາກ​ສັດ​ຂອງພາກວິ​ຊາ​ສັດ​ຕະ​ວະ​ແພດ. ຈຳ​ນວນ​ນັກ​ສຶກ​ສາ​ທີ່​ເຂົ້າ​ຮ່ວມ​ມີ​ທັງ​ໝົດ 9 ຄົນ. ສັດ​ທີ່​ນຳ​ມາ​ຜ່າ​ຊາກ​ມີ ໝູ 1 ໂຕ, ແບ້ 1 ໂຕ, ເປັດ 1 ໂຕ ແລະ ໄກ່ 1 ໂຕ. ຈຸດ​ປະ​ສົງ​ຂອງ​ການ​ຜ່າ​ຊາກ​ສັດ​ແມ່ນ​ເພື່ອ ເບິ່ງ​ຄວາມ​ແຕກ​ຕ່າງ​ຂອງ​ອະ​ໄວ​ຍະ​ວະ​ທາງ​ໃນ​ຂອງ​ສັດ​ແຕ່​ລະ​ຊະ​ນິດ ການ​ຜ່າ​ຊາກ​ສັດ​ເປັນ​ພາກ​ປະ​ຕິ​ບັດ​ຂອງ​ລາຍ​ວິ​ຊາ Domestic animal physiology.​