0
0
0
s2sdefault

ວັນທີ 8 ມີຖຸນາ ວັນປູກພືດອາຫານສັດຂອງຄະນະກະເສດສາດ, ມະຫາວິທະຍາໄລແຫ່ງຊາດ​ ປີນີ້ເປັນປີທີ່5 ແລ້ວ ທີ່ຄະນະກະເສດສາດໄດ້ຈັດຕັ້ງພິທີວັນປູກພືດອາຫານສັດຂຶ້ນ ທີ່ຟາມວິໄຈແລະພັດທະນາການລ້ຽງສັດ ໂດຍມີຈຸດປະສົງເພື່ອສ້າງຄວາມເຂັ້ມແຂງ, ຊຸກຍູ້ສົ່ງເສີມ ແລະ ເຜີຍແພ່ ຄວາມຮູ້-ວິທີການດ້ານພືດອາຫານສັດໃຫ້ແກ່ຊາວກະສິກອນ, ເຊິ່ງເປັນປະທານກ່າວເປີດໂດຍ ຮສ.ປທ.ທອງຫຼອມ ພົມມະວົງ, ຮອງຄະນະບໍດີ ແລະ ລາຍງານຄວາມເປັນມາ-ຜົນສຳເລັດຂອງປີຜ່ານມາໂດຍ ອຈ.ປອ.ວຽງສະກຸນ ນາປະເສີດ, ຮອງຫົວໜ້າພາກວິຊາລ້ຽງສັດແລະການປະມົງ ໃນພິທີຄັ້ງນີ້ລວມມີບັນດາ ອາຈານ, ພະນັກງານ, ນັກສຶກສາ ແລະ ຊາວກະສິກອນບ້ານປາກຊາບໃໝ່ ເຂົ້າຮ່ວມທັງໝົດປະມານ 60ທ່ານ ໃນພິທີດັ່ງກ່າວ ຮອງຄະນະບໍດີ ຄະນະກະເສດສາດກໍ່ໄດ້ໃຫ້ກຽດມອບທ່ອນພັນຫຍ້າໃຫ້ແກ່ບັນດາຊາວກະສິກອນ ເພື່ອນຳໄປປູກແລະຂະຫຍາຍພັນຕໍ່ໄປ.

Image may contain: one or more people, sky, tree, grass, plant, mountain, cloud, outdoor and nature

 

Image may contain: 1 person, standing, tree, sky, outdoor and nature
ລາຍງານໂດຍ: ວ.ວຽງລະຍາ